ພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ແຂວງວຽງຈັນ ໄດ້ຈັດພິທີສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ (ວັນທີ 26 ເມສາ) ຄົບຮອບ 19 ປີ. ໃນຕອນແລງຂອງວັນທີ 26 ເມສາ 2019, ທີ່ຫ້ອງປະຊຸມກວດກາພັກລັດ ແຂວງວຽງ ຈັນ ( ຕຶກ 120 ແມັດ) ໂດຍການໃຫ້ກຽດເປັນປະທານ ຂອງທ່ານ ພົມມະລາ ນັນທະວົງ, ວ່າການເລຂາພັກ, ຫົວໜ້າພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ແຂວງວຽງຈັນ.
ໃນໂອກາດນີ້ ທ່ານຫົວໜ້າພະແນກໄດ້ກ່າວຈຸດປະສົງ ແລະ ຄວາມສໍາຄັນຂອງວັນຊັບສິນທາງປັນຍາທ່ານໄດ້ກ່າວວ່າ: ທຸກໆວັນທີ 26 ເມສາ ເປັນວັນຊັບສິນທາງປັນຍາໂລກ, ພວກເຮົາຈະໄດ້ສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ ເພື່ອເຜີຍ ແຜ່ພາລະບົດບາດຄວາມ ສຳຄັນຂອງຊັບສິນທາງປັນຍາໃນການສົ່ງເສີມນະວັດຕະກຳແລະ ຫົວຄິດປະດິດສ້າງ. ໃນປີນີ້ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີກໍ່ໄດ້ ຈັດງານມະຫາກຳຊັບສິນທາງປັນຍາປະຈຳປີ 2019 ພາຍໃຕ້ຄຳຂວັນ “ກ້າວຂຶ້ນສູ່ຫຼຽນ ຄຳ” ຊຶ່ງໃນປີນີ້ໄດ້ຈັດຂຶ້ນໃນວັນທີ 24-28 ເມສາ 2019 ຢູ່ຕະຫຼາດສູນການຄ້າ(ຊັ້ນ3)ນະຄອນປາກເຊ, ແຂວງຈຳປາສັກ.
ສຳລັບປີນີ້ອົງການຊັບສິນທາງປັນຍາໂລກ ໄດ້ກຳນົດຄໍາຂວັນການສະເຫຼີມສະຫຼອງໃນທົ່ວໂລກວ່າ:“ຊັບສິນທາງປັນຍາ ແລະ ກິລາ: ກ້າວຂຶ້ນສູ່ຫຼຽນຄຳ [Reach for Gold: IP and Sports]” ຊຶ່ງເປັນການຊີ້ໃຫ້ເຫັນ ເຖິງບົດບາດ ແລະ ຄວາມສໍາຄັນ ຂອງຊັບສິນທາງປັນ ຍາໃນການຊຸກຍູ້ສົ່ງເສີມນະວັດຕະກຳ ແລະ ຫົວຄິດປະດິດສ້າງໂດຍສະເພາະພະລັງ ຂອງກິລາທີ່ມີຄວາມ ສຳຄັນຕໍ່ການພັດທະນາຄຸນນະ ພາບຊີວິດຂອງປະຊາຊົນ ທັງໃນດ້ານຮ່າງກາຍ ແລະ ຈິດໃຈ, ເປັນປັດ ໄຈທີ່ສຳຄັນ ທີ່ເຮັດໃຫ້ປະຊາຊົນ ສາມາດພັດທະນາຄຸນນະພາບ ຊີວິດຂອງຕົນເອງ, ຄອບຄົວ, ຊຸມຊົນ ແລະ ສັງຄົມນຳໄປ ສູ່ການພັດທະນາເສດຖະກິດ-ວັດທະນະທຳ ໄດ້ຢ່າງມີປະສິດທິພາບ. ສປປ ລາວ ເຮົາມີນະໂຍບາຍ ໂດຍຖືເອົາ ກິລາ-ກາຍ ຍະກໍາ ເປັນວຽກງານໜ່ຶ່ງທ່ີສໍາຄັນ ໃນການພັດທະນາຊັບພະຍາກອນມະນຸດ, ສ້າງໃຫ້ຄົນເຮົາເປັນ ຜູ້ມີຄວາມອົດທົນ, ເຂັ້ມ ແຂງ, ມີຄວາມເສຍສະຫຼະ, ມີລະບຽບວິໄນ, ມີິນ້ຳໃຈຮັກຊາດແລະ ມີບັນຍາກາດມ່ວນຊື່ນ. ກ້າວໄປເຖິງການສ້າງ ກິລາ-ກາຍ ຍະກຳ ເປັນອາຊີບເທື່ອລະກ້າວ, ສົ່ງເສີມການແລກປ່ຽນ, ການແຂ່ງຂັນໃນລະດັບ, ພາກພື້ນແລະສາກົນ.ໄວຂຶ້ນ!ແຂງແຮງ ຂຶ້ນ! ສູງຂຶ້ນ! ແມ່ນເປົ້າໝາຍຂອງຄົນເຮົາທີ່ຈະຍົກລະດັບຄວາມສາມາດຂອງຕົນ, ຄວາມຕື່ນເຕັ້ນຂອງການແຂ່ງຂັນ ແລະ ຄວາມກັງວົນໃຈຂອງ ຄົນທໍາມະດາຜູ້ໜຶ່ງທີ່ສາມາດເຮັດໄດ້ຜົນສຳເລັດອັນຫຍິ່ງໃຫຍ່ເກີນຄົນທົ່ວໄປ, ຊຶ່ງສິ່ງນີ້ມັນໄດ້ ກາຍເປັນ ແມ່ເຫຼັກທີ່ດຶງດູດໃຫ້ຄົນເຮົາມັກ-ຮັກ ໃນກິລາ ມາເປັນເວລາຫຼາຍພັນປີ.ຄຳຂວັນຂອງວັນຊັບສິນທາງປັນຍາໂລກໃນປີນີ້ແມ່ນ ຊັບສິນທາງປັນຍາ ແລະ ກິລາ: ກ້າວຂຶ້ນສູ່ຫຼຽນຄຳ ກໍເພື່ອທີ່ຈະລົງເລິກເຂົ້າໄປໃນໂລກຂອງກິລາເຮັດໃຫ້ພວກເຮົາເຫັນວ່ານະ ວັດຕະກຳ, ຫົວຄິດປະດິດສ້າງ ແລະ ສິດຊັບສິນທາງປັນຍາໄດ້ເປັນ ເຄື່ອງມືໃນການສົ່ງເສີມ ແລະ ປົກປ້ອງນະວັດຕະກຳ ແລະ ຫົວຄິດປະດິດສ້າງຊຶ່ງເປັນການຊຸກຍຸ້ແລະພັດທະນາກິລາ ແລະ ການບັນເທີງໃນທົ່ວໂລກ, ຄົນທົ່ວໂລກກຳລັງໃຫ້ຄວາມສຳຄັນ ຕໍ່ການຫຼິ້ນກິລາທີ່ດີເລີດ, ການເຄົາລົບເຊິ່ງກັນແລະກັນ ແລະ ມີຄວາມຍຸດຕິທຳ,ສິ່ງເຫຼົ່ານີ້ໄດ້ດຶງດູດຄວາມສົນໃຈຂອງຄົນທົ່ວ ໂລກ ແລະ ໃນປັດຈຸບັນ, ເນື່ອງຈາກຄວາມກ້າວໜ້າທາງດ້ານເຕັກໂນໂລຊີໃນການແຜ່ພາບ ແລະ ການຕິດຕໍ່ສື່ ສານເຮັດໃຫ້ ໃຜກໍ່ສາມາດຕິດຕາມລາຍການກິລາໄດ້ທຸກເວລາ ແລະ ສາມາດຕິດຕາມການເຄື່ອນໄຫວຂອງນັກກິລາໃນດວງໃຈຂອງຕົນໄດ້ ໂດຍບໍ່ຈໍາເປັນຕ້ອງອອກຈາກເຮືອນ, ກິລາໄດ້ກາຍເປັນອຸດສາຫະກຳທີ່ມີມູນຄ່າຫຼາຍລ້ານໂດລາໃນທົ່ວໂລກ, ໂດຍສະເພາະ ການລົງທຶນໃສ່ ການອຳນວຍຄວາມສະດວກ ຈາກສະໜາມກິລາເຂົ້າສູ່ເຄືອຂ່າຍການແຜ່ພາບ ຊຶ່ງເຮັດໃຫ້ມີການຈ້າງງານຫລາຍ ລ້ານຄົນໃນທົ່ວໂລກ ແລະ ໄດ້ສ້າງຄວາມບັນເທີງໃຫ້ຫຼາຍໆຄົນອີກດ້ວຍ.
ໃນວັນສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກເຂົ້າໃຈກ່ຽວກັບພາລະບົດບາດ ແລະ ຄວາມສໍາຄັນຂອງວຽກງານ ຊັບສິນທາງ ປັນຍາ ເຊັ່ນ: ສິດທິບັດ, ອະນຸສິດທິບັດ, ແບບອຸດສາຫະກຳ, ແບບຜັງວົງຈອນລວມ, ເຄື່ອງໝາຍການຄ້າ, ຖິ່ນກໍາເນີດ, ພັນພືດໃໝ່, ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແລະ ພູມປັນຍາພື້ນບ້ານອັນເປັນມູນເຊື້ອໃນການພັດ ທະນາເສດຖະກິດ-ສັງຄົມ ແລະ ວັດ ທະ ນະທຳ ທີ່ເປັນການສະແດງເຖິງ ການປົກປ້ອງສິດ, ການປົກປ້ອງຜົນປະໂຫຍດ ຂອງນັກຄົ້ນຄວ້າ, ນັກປະດິດສ້າງ ແລະ ປະດິດຄິດແຕ່ງ ເພື່ອຊຸກຍູ້ສົ່ງເສີມຄວາມຄິດສ້າງສັນຂອງມວນມະນຸດ; ເຊິ່ງແຂວງ ວຽງຈັນເຮົາກໍ່ໄດ້ມີຜົນງານຊັບສິນທາງປັນຍາ ແລະ ໃນໄວໆນີ້ກໍ່ຈະມີການຈົດທະບຽນອະນຸສິດທິບັດລົດອີແຕ໋ນຊິ່ງເຊິ່ງເປັນ ຫົວຄິດປະດິດສ້າງຂອງປະຊາຊົນຊາວແຂວງວຽງຈັນເຮົານີ້ເອງ.
ພິທີສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກທີ່ແຂວງວຽງຈັນ ໄດ້ມີຄວາມຟົດຟື້ນມ່ວນຊື່ນ ແລະ ໃນນັ້ນໄດ້ມີ ການຈັດກິດຈະ ກຳຕີບູນສາມັກຄີກັບບັນດາພະແນກການອ້ອມຂ້າງ ແລະ ໄດ້ຈົບລົງຢ່າງຈົບງາມ. ເຂົ້າຮ່ວມພິທີໃນຄັ້ງນີ້ມີ ທັງໝົດ 30 ຄົນ, ຍິງ 7 ຄົນ.
ພາບ ແລະ ຂ່າວ: ນາງ ວິໄລພອນ ຂຽວທອງຄູນ